1. ການຍອມຮັບເງື່ອນໄຂ
ເມື່ອທ່ານສະໝັກບັນຊີ ຫຼື ໃຊ້ບໍລິການ MeGame TopUp ຖືວ່າທ່ານໄດ້ອ່ານ, ເຂົ້າໃຈ ແລະ ຍິນຍອມປະຕິບັດຕາມເງື່ອນໄຂທັງໝົດທີ່ລະບຸໄວ້ໃນນີ້. ຖ້າທ່ານບໍ່ເຫັນດີ ກະລຸນາຢຸດໃຊ້ບໍລິການ.
2. ບໍລິການຂອງເຮົາ
- ບໍລິການເຕີມເກມອອນລາຍ (Game Top Up) ສຳລັບເກມຕ່າງໆ
- ຕະຫຼາດຊື້ຂາຍ ID ເກມ (Marketplace) ຜ່ານລະບົບຄົນກາງ (Escrow)
- ລະບົບ MG Balance ສຳລັບການຊຳລະເງິນພາຍໃນເວັບ
- MG Pass ສະໝັກລາຍເດືອນ ແລະ ສິດທິພິເສດ
- ກິດຈະກຳສຸ່ມລາງວັນ ແລະ ໂປຣໂມຊັ່ນ
3. ບັນຊີຜູ້ໃຊ້
- ທ່ານຕ້ອງໃຫ້ຂໍ້ມູນທີ່ຖືກຕ້ອງ ແລະ ເປັນຈິງໃນການສະໝັກ
- ທ່ານຮັບຜິດຊອບໃນການຮັກສາລະຫັດຜ່ານ ແລະ ຄວາມປອດໄພຂອງບັນຊີ
- ຫ້າມແບ່ງປັນ ຫຼື ໂອນບັນຊີໃຫ້ຜູ້ອື່ນ
- ບັນຊີ 1 ຄົນ ຕໍ່ 1 ບັນຊີ ເທົ່ານັ້ນ
4. ການເຕີມເກມ ແລະ ການຊຳລະເງິນ
- ກະລຸນາກວດສອບ ID ເກມ ແລະ ຂໍ້ມູນໃຫ້ຖືກຕ້ອງກ່ອນສັ່ງຊື້
- ການເຕີມເກມທີ່ສຳເລັດແລ້ວ ບໍ່ສາມາດຂໍຄືນເງິນໄດ້
- ກໍລະນີໃສ່ ID ຜິດ ຫຼື ເລືອກເຊີບເວີຜິດ ແມ່ນຄວາມຮັບຜິດຊອບຂອງຜູ້ສັ່ງ
- Admin ຈະພິຈາລະນາກໍລະນີພິເສດເປັນກໍລະນີໄປ
5. ຕະຫຼາດຊື້ຂາຍ ID (Marketplace)
- ຜູ້ຂາຍຕ້ອງຜ່ານ KYC (ຢືນຢັນຕົວຕົນ) ກ່ອນລົງຂາຍ
- ເງິນຈະຖືກ lock ເປັນ Escrow ຈົນກວ່າຜູ້ຊື້ຢືນຢັນຮັບ ID
- ຜູ້ຂາຍຕ້ອງສົ່ງ ID ພາຍໃນ 24 ຊົ່ວໂມງ ຫຼັງຈາກມີຄົນຊື້
- ຫ້າມຂາຍ ID ທີ່ໄດ້ມາຈາກການສໍ້ໂກງ ຫຼື ລັກ
- ຄ່າທຳນຽມ 8% ຈະຖືກຫັກຈາກຜູ້ຂາຍ (ປັດຂຶ້ນຖ້ວນ 1,000 MG Balance)
- ກໍລະນີ Dispute, Admin ຈະເປັນຜູ້ຕັດສິນ ແລະ ຄຳຕັດສິນຖືເປັນທີ່ສຸດ
6. ພຶດຕິກຳທີ່ຫ້າມ
- ສໍ້ໂກງ, ຫຼອກລວງ, ຫຼື ໃຊ້ສະລິບປອມ
- ສ້າງຫຼາຍບັນຊີເພື່ອຫາຜົນປະໂຫຍດ
- ໃຊ້ bot ຫຼື ເຄື່ອງມືອັດຕະໂນມັດ
- ລົບກວນ ຫຼື ຂົ່ມຂູ່ຜູ້ໃຊ້ອື່ນ
- ກິດຈະກຳທີ່ຜິດກົດໝາຍ
⚠️ ບັນຊີທີ່ລະເມີດຈະຖືກລະງັບ ຫຼື ແບນຖາວອນ ໂດຍບໍ່ແຈ້ງລ່ວງໜ້າ ແລະ ບໍ່ຄືນເງິນ
7. MG Balance ແລະ ການຖອນເງິນ
- MG Balance ທີ່ເຕີມເຂົ້າໃຊ້ຊື້ສິນຄ້າໃນເວັບ; ປົກກະຕິບໍ່ສາມາດຖອນຄືນເປັນເງິນໄດ້.
- ກໍລະນີພິເສດແອັດມິນອາດເປີດລິ້ງຖອນຄັ້ງດຽວໃຫ້: ຂັ້ນຕ່ຳ 100,000 MG, ຫັກຄ່າດຳເນີນການ 15% ຈາກຍອດຖອນ, ແລະສະແດງຍອດໂອນກ່ອນຢືນຢັນ.
- ການຖອນລາຍຮັບຈາກການຂາຍແຍກຕ່າງຫາກ ແລະຕ້ອງຜ່ານ KYC. ບັນຊີຮັບເງິນຜູກໄດ້ພຽງບັນຊີດຽວ; ຫຼັງຜູກແລ້ວລູກຄ້າປ່ຽນເອງບໍ່ໄດ້.
8. ການປ່ຽນແປງເງື່ອນໄຂ
MeGame TopUp ຂໍສະຫງວນສິດໃນການປ່ຽນແປງ, ແກ້ໄຂ ຫຼື ອັບເດດເງື່ອນໄຂເຫຼົ່ານີ້ໄດ້ຕະຫຼອດເວລາ ໂດຍບໍ່ຈຳເປັນຕ້ອງແຈ້ງລ່ວງໜ້າ. ການສືບຕໍ່ໃຊ້ບໍລິການຫຼັງການປ່ຽນແປງ ຖືວ່າທ່ານຍອມຮັບເງື່ອນໄຂໃໝ່.
9. ການຕິດຕໍ່
ຖ້າມີຄຳຖາມ ຫຼື ຂໍ້ສົງໄສ ກະລຸນາຕິດຕໍ່ຜ່ານ:
- ແຊັດສົດ ໃນເວັບໄຊ
- ໜ້າ ຊ່ວຍເຫຼືອ